ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສັນນິບາດ​ອາ​ຣັບ ຈັດ​ກອງ​ປະຊຸມ​ສຸກ​ເສີນ​ກ່ຽວ​ກັບ ປາ​ແລັດ​ສະ​ຕິນ-ອິດ​ສະ​ຣາ​ແອນ

     ຕາມ​ຂ່າວສານ​ຊິນ​ຮວາ ລາຍ​ງານ​ວັນ​ທີ 12 ຕຸລາ ນີ້​ວ່າ: ສະພາ​ມົນຕີ​ສັນນິບາດ​ອາ​ຣັບ ​ໄດ້​ຈັດ​ກອງ​ປະຊຸມ​ສຸກ​ເສີນ​ຂອງ​ລັດຖະມົນຕີ​ການ
​ຕ່າງປະເທດ​ຢູ່​ສຳນັກງານ​ໃຫຍ່​ຂອງ​ຕົນ ທີ່​ນະຄອນຫຼວງ ​ເລີ​ແກ​ ປະເທດ ​ເອ​ຢິບ ໃນ​ວັນ​ທີ 11 ຕຸລາ ນີ້, ຕາມ​ເວລາ​ທ້ອງຖິ່ນ ເພື່ອ​ປຶກສາ​ຫາ
ລື​ກ່ຽວ​ກັບ​ສະຖານະ​ການ ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ທາງ​ທະຫານ​ຂອງ​ກຸ່ມ ​ຮາ​ມາ​​ສ ປາ​ແລັດ​ສະ​ຕິນ ແລະ ​ອິດ​ສະ​ຣາ​ແອນ ທີ່​ມີ​ທ່າ​ອ່ຽງ​ດຸ
ເດືອດ​ຂຶ້ນ​ເລື້ອຍໆ ແລະ ແກ່ຍາວ.

     ກອງ​ປະຊຸມ​ໄດ້​ຜ່ານ​ມະຕິ​ສະບັບ​ໜຶ່ງ ເພື່ອ​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຮັກສາ​ຄວາມ​ອົດ​ກັ້ນ​ໄວ້ ພ້ອມ​ທັງ​ໄດ້​ກ່າວ​ເຕືອນ​ໄພພິບັດ​ດ້ານ​ມະນຸດ
ສະທຳ ແລະ ຜົນ​ສະທ້ອນ​ດ້ານ​ຄວາມ​ໝັ້ນຄົງ ຍ້ອນ​ສະຖານະ​ການ​ດຸເດືອດ​ຂຶ້ນ​ເລື້ອຍໆ. ມະຕິ​ເນັ້ນ​ໜັກ​ວ່າ: ປະຊາ​ຄົມ​ໂລກ​ຕ້ອງ​ເພີ່ມ​ທະວີ​
ການ​ຮ່ວມ​ມື​ກັນ ໂດຍ​ນຳ​ໃຊ້​ການເຄື່ອນໄຫວ​ດ່ວນ​ທີ່​ບັງເກີດ​ຜົນ ເພື່ອ​ບັນລຸ​ເປົ້າ​ໝາຍ​ຢຸດ​ຍິງ, ຫຼີກເວັ້ນ​ບໍ່​ໃຫ້​ຄວາມ​ຮຸນ​ແຮງ​ດຸເດືອດ​ຂຶ້ນ​ຕື່ມ​ອີກ
ເພື່ອ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ ແລະ ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ. ລັດຖະມົນຕີ​ການ​ຕ່າງປະເທດ​ຂອງ​ປະເທດ​ຕ່າງໆ ​ເຫັນ​ດີ​ເປັນ​ເອກະ
​ພາບ​ກັນ​ໃຫ້​ກ່າວ​ປະນາມ​ການ​ສັງຫານ​ປະຊາຊົນ ແລະ ການ​ໃຊ້​ກຳລັງ​ຮຸນ​ແຮງ​ຂອງ​ສອງ​ຝ່າຍ ໂດຍ​ກ່າວ​ເນັ້ນ​ໜັກ​ວ່າ: ຝ່າຍ​ຕ່າງໆ​ລ້ວນ​ແຕ່​ຕ້ອງ​
ປ້ອງ​ກັນ​ປະຊາຊົນ, ຕ້ອງ​ປ່ອຍ​ຕົວ​ຊະເລີຍ​ເສິກ​ໝົດ​ທຸກ​ຄົນ ແລະ ປະຊາຊົນ​ທີ່​ຖືກ​ກັກ​ຕົວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 17/10/2023